ໄປຮັບນ້ອງແລ້ວກະເຈິະ Ferrari
ແລງນີ້ຂ້ອຍຈົ່ມຢາກໄດ້ເກີບອີ່ແຕະ ເພາະເກີບຂ້ອຍຂາດໄປດົນແລ້ວ ຈົ່ມແຕ່ຢາກໄດ້ ແຕ່ຄ້ານໄປຊື້ (ຄົນແນວນີ້ກະມີ) ພໍດີມື້ນີ້ກະໄປຊະ ໄປຊື້ຢູ່ Home ideal ກະໄດ້ເກີບແຕະ 29 ພັນ ກັບເສື້ອ shirt ຖືກໆໂຕໜຶ່ງ…ຂາກັບກະຕ້ອງໄດ້ໄປຮັບນ້ອງຢູ່ Vientiane College …ຈັກມັນອ່ານວ່າຫຍັງ ວຽນທຽນ ຄອລລີຈີ ຕິເບາະ 555 (ມົ້ວມາໄດ້) ຫຼັງຈາກຮັບມັນແລ້ວກະຂີ່ຂຶ້ນຄ້ອຍທາດຫຼວງ…ແລ້ວກະລ້ຽວຂວາ ແຕ່ກ່ອນລ້ຽວພໍດີເຫັນ Ferrari F430 ຂີ່ກາຍ ພໍດີເຮົາກະລ້ຽວ ກະໄດ້ຊົມຄວາມງາມຂອງມັນ ພໍ່ກັບແມ່ກະຖາມລາຄາມັນ ເຮົາກະວ່າຢູ່ຕ່າງປະເທດ 2 ແສນ ດອນ…ລາວກະວ່າໂອ້ ມັນກະຫ່າວວ່າຊື້ນໍ້…(ແນວມັນມີເງິນເດ້ແມ່)….ຫຼັງຈາກນັ້ນກະຂີ່ນຳກົ້ນມັນໄປ ຈົນໃກ້ຈະຮອດ 4 ແຍກໄຟແດງ ໂພນໄຊ ບັກ Ferrari ຄັນນີ້ມັນກະໃສ່ໄຟລ້ຽວມົ້ວ ໃສ່ລ້ຽວຊ້າຍ ແຕ່ແມ້ງບໍ່ຍອມລ້ຽວ ເຮົາກະກຳລັງຊິແຊງຟາກຂວາ (ເພາະຄຶດວ່າມັນຈະລ້ຽວຊ້າຍ) ແຕ່ຈິບຫາຍ ມັນພັດບໍ່ລ້ຽວ ມັນບຽດເຮົາໜ້ອຍນຶ່ງ ແລ້ວກະໃສ່ໄຟລ້ຽວຂວາ…ເຮົາກະໄດ້ແຊັກອອກຊ້າຍ…ຕອນແຊັກອອກແມ່ກະບອກວ່າ ຢ່າໄປໃກ້ມັນຫຼາຍເດີ້ລູກ (ສົງໃສຢ້ານດາດແລ້ວຊິທຸກ 555) ບາດແລ້ວກະໄປຊື້ໝີ່ເປັດ ແຖວດົງປ່າລານ ໃກ້ໆຮ້ານນັ້ນກະມີຮ້ານເກີບ ກະເລີຍໄປເລາະເບິ່ງເກີບຂັດມັນ ເພາະໂຕເກົ່າມັນຂາດ ເຫັນໂຕໜຶ່ງຖືກໃຈ…..ອືມມມມ
5 ແສນປາຍ……..ອືມ ກູຂໍ Bye ເກີບເກົ່າຂ້ອຍ 500 B
ຊິຊື້ 5 ແສນຫາລິງຫຍັງ -_- ບາດແລ້ວກະອອກມາ ຊື້ໝີ່ເປັດແລ້ວກະກັບເມືອເຮືອນ ກິນໄປກິນໄປແລ້ວກະຂຶ້ນມາຫລິ້ນຄອມ ຫລິ້ນໄປຫລິ້ນມານອນບໍ່ຫລັບກະໄດ້ມາຂຽນອັນນີ້ນິລະຫລິ້ນ
ອັນນີ້ກະແມ່ນຮູບລົດ Ferrari F430 ຂອງຫລິ້ນພວກເສດຖີ…ຈັ່ງແມ່ນສູລວຍເດ້ ແຕ່ຂ້ອຍກະບໍ່ມີເຫດຜົນທີ່ຈະໄປອິດສາເຂົາ…ເພາະຂ້ອຍກະມີ suzuki ViVa 555
